Phu Bia Mining hosts national and provincial Governments of Laos’ Biannual meeting

ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນວຽກງານຫົກເດືອນກັບລັດຖະບານຂັ້ນແຂວງ ແລະ ສູນກາງ
ບໍລິສັດ ພູເບ້ຍ ມາຍນິງ ຈັດກອງປະຊຸມທົບທວນ ແລະ ລາຍງານຄວາມຄືບໜ້າໃນການປະຕິບັດວຽກງານ 6 ເດືອນ ຄັ້ງທີໜຶ່ງຂອງປີ 2026 ກັບລັດຖະບານລາວໃນວັນທີ 14 ສິງຫາຜ່ານມາ ຢູ່ໂຮງແຮມ ອາວານີ ພລັສ໌ ລ້ານຊ້າງ, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ປຶກສາຫາລືແບບສອງສົ້ນຮ່ວມກັນລະຫວ່າງບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານລາວ ກ່ຽວກັບເນື້ອໃນສໍາຄັນຂອງຜົນປະໂຫຍດຮ່ວມກັນ.
ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກພາກລັດຂັ້ນແຂວງ ແລະ ຂັ້ນສູນກາງຈໍານວນ 80 ທ່ານ ຊຶ່ງມາຈາກສໍານັກງານນາຍົກລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນປະເທດ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ອໍານາດການປົກຄອງຈາກແຂວງໄຊສົມບູນ ແລະ ແຂວງຊຽງຂວາງ.
ກອງປະຊຸມໄດ້ດຳເນີນໂດຍການເປັນປະທານ ຂອງ ທ່ານ ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ຮ່ວມເປັນປະທານໂດຍທ່ານ ທອງປະເສີດ ໄຊຍາລາດ, ຮອງປະທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ ແລະ ທ່ານ ຫົງຄໍາ ພິມມະສານ, ຮອງປະທານຄະນະກໍາມະການປົກຄອງ ແຂວງຊຽງຂວາງ.
ຄະນະຜູ້ບໍລິຫານທີ່ເປັນຕົວແທນຂອງບໍລິສັດ ແມ່ນນໍາໂດຍທ່ານ ເດວິດ ຣີດ, ຜູ້ອໍານວຍການໃຫຍ່ບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຫຼໍ ເຈິ້ນ, ຮອງຜູ້ຈັດການໃຫຍ່, ທ່ານ ນາງ ມະນີລັດ ອາຣຸນລັງສີ, ຜູ້ຈັດການອາວຸໂສຝ່າຍປະສານງານພາຍນອກ ແລະ ທ່ານ ນາງ ວັນນະລີ ພູນສະຫວັດ, ຜູ້ຈັດການພະແນກພົວພັນລັດຖະບານ.
ຕະຫຼອດໄລຍະການປະຊຸມເຄິ່ງມື້, ບໍລິສັດໄດ້ໃຫ້ຜູ້ເຂົ້າຮ່ວມຮັບຊົມວີດີໂອຄວາມຍາວ 20 ນາທີ ກ່ຽວກັບການດໍາເນີນງານລະດັບສາກົນຂອງບໍລິສັດ ແລະ ການດໍາເນີນການຂຸດຄົ້ນຢູ່ລາວ ທີ່ຊະນະເລີດລາງວັນຕ່າງໆ. ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງກ່ຽວກັບການປະກອບສ່ວນຂອງບໍລິສັດ ທາງດ້ານການເງິນ ແລະ ເສດຖະກິດໃຫ້ແກ່ແຂວງໄຊສົມບູນ ແລະ ລັດຖະບານຂັ້ນສູນກາງ, ແລະ ການພັດທະນາຊຸມຊົນ, ໂຄງການປັບປຸງຊີວິດການເປັນຢູ່ຂອງບໍລິສັດ ທີ່ຜ່ານການສົມທຽບມາດຕະຖານການປະເມີນລະດັບສາກົນ. ຕົວແທນຂອງບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ນໍາສະເໜີໃຫ້ເຫັນຄວາມເປັນເລີດດ້ານການດໍາເນີນງານທີ່ເຂັ້ມແຂງ, ຄວາມປອດໄພ ແລະ ຄວາມເອົາໃຈໃສ່ດ້ານສິ່ງແວດລ້ອມ, ໂຄງການເຕີບໂຕຕ່າງໆ ແລະ ບໍ່ທີ່ວາງແຜນຂຸດຄົ້ນໄວ້ໃນຕໍ່ໜ້າຢູ່ລາວ.
ຫຼັງຈາກນັ້ນກອງປະຊຸມ ຍັງເປີດໂອກາດໃຫ້ບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານຂັ້ນແຂວງ ແລະ ຂັ້ນສູນກາງ ສາມາດປຶກສາຫາລືຫຼາຍບັນຫາທີ່ຈໍາເປັນຕ້ອງໄດ້ຮັບການແກ້ໄຂ ເພື່ອຊ່ວຍບໍລິສັດບັນລຸເປົ້າໝາຍໃນການເຕີບໂຕ ແລະ ການພັດທະນາທີ່ມຸ້ງໝັ້ນໃຫ້ຜົນປະໂຫຍດແກ່ລັດຖະບານ ແລະ ປະຊາຊົນລາວ.
ທ່ານ ເດວິດ ຣີດ, ຜູ້ອໍານວຍການໃຫຍ່ບໍລິສັດ ພູເບ້ຍ ມາຍນິງ, ໄດ້ກ່າວຢໍ້າເປົ້າໝາຍໄລຍະຍາວຂອງຜູ້ຖືຮຸ້ນຂອງບໍລິສັດ ແພນອອສ໌ ເພື່ອສືບຕໍ່ລົງທຶນ ແລະ ດໍາເນີນການຂຸດຄົ້ນຂອງພວກເຂົາຢູ່ລາວ.
ທ່ານ ເດວິດ ກ່າວວ່າ “ໃນນາມຜູ້ຖືຮຸ້ນຂອງບໍລິສັດ ແພນອອສ໌, ກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ (GDRH), ພວກເຮົາມີຄວາມພ້ອມທີ່ຈະສະໜັບສະໜູນໂຄງການເຕີບໂຕຕ່າງໆຂອງບໍລິສັດ ພູເບ້ຍ ມາຍນິງ ຢູ່ລາວ ແລະ ຮ່ວມມືກັບພາກລັດໃນທຸກຂັ້ນ.
ບໍລິສັດ ແພນອອສ໌ ແລະ ບໍລິສັດ ພູເບ້ຍ ມາຍນິງ ຢໍ້າຈຸດຢືນເປົ້າໝາຍຂອງ GDRH ເພື່ອສືບຕໍ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງລາວ.”
ກອງປະຊຸມຍັງຊ່ວຍໃຫ້ບໍລິສັດ ພູເບ້ຍ ມາຍນິງ ແລະ ພາກລັດໃນທຸກຂັ້ນ ສືບຕໍ່ການຮ່ວມມືອັນເຂັ້ມແຂງ ເພື່ອໂອກາດຕ່າງໃນຫຼາຍປີຕໍ່ໜ້ານີ້.”

Phu Bia Mining (PBM) held the first of two Government of Laos biannual meetings scheduled for 2026 on 14 August at Avani Plus Lanexang Hotel in Vientiane. The meetings’ aims are to continue the successful two-way dialogue and relationship between PBM and the Government of Laos on matters of common interest.

The meeting hosted 80 national and provincial Government officials from the Prime Minister’s Office, the Ministries of Industry and Commerce, Finance, Agriculture and Environment, National Defence, the Investment Promotion and Management Committee, the Propaganda & Training Committee and Xaisomboun and Xieng Khouang Provincial Governments.Honorary chairpersons for the meeting included Mr Chansaveng Boungnong, the Vice Minister of Industry and Commerce, Mr Thongpaseuth Xaiyalath, the Vice President of the Xaisomboun Provincial Administration Committee, and Mr Hongkham Phimmasan, the Vice President of the Xiengkhouang Provincial Administration Committee.Senior Management representing the Company led by Mr David Reid, Phu Bia Mining’s Managing Director, Mr Zhen Luo, Deputy General Manager, Ms Manilath Arounlangsy, Senior Manager External Affairs, and Ms Vannaly Phounsavath, Government Relations Manager.

Over the course of the half-day meeting, the Company launched its 2026 20-minute corporate video with participants showcasing PBM’s world-class and award-winning mining operations in Laos. Participants were informed of PBM’s financial and economic contributions to Xaisomboun Province and the central level of Government, as well as the Company’s community development and livelihoods projects that meet international evaluation benchmarks. PBM representatives also presented strong operational excellence, environmental and safety performance, growth projects, and future planned mines in Laos.

The meeting later enabled PBM and the national and provincial Governments to discuss several matters requiring resolution to help the Company achieve its growth and development targets, benefiting the Government and the people of Laos.

Phu Bia Mining’s Managing Director, David Reid, expressed the strong partnership and emphasised PanAust shareholders’ long-term goals to continue their mining operations in Laos.

Mr Reid said: “On behalf of PanAust shareholder, Guangdong Rising Holding Group (GDRH) stands ready to support Phu Bia Mining’s growth projects in Laos and partner with all levels of Government.

“PanAust and Phu Bia Mining reaffirmed GDRH’s goals at this meeting that we will continue to foster social and economic development and prosperity of Laos

“The meeting concluded with a continuous pathway for PBM and all levels of Government to extend the strong partnership for future opportunities in the years ahead,” said Mr Reid

  • Tags:

Categories

View all stories
en_AU