Phu Bia Mining celebrates the National Aquatic – Wildlife Conservation Day and Fish Releasing Day
ບໍລິສັດ ພູເບ້ຍ ມາຍນິງ ຈັດກິດຈະກຳສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ
ບໍລິສັດ ພູເບ້ຍ ມາຍນິງ ຮ່ວມກັບອໍານາດການປົກຄອງແຂວງໄຊສົມບູນ ໄດ້ປ່ອຍລູກປາຈຳນວນຫຼາຍກວ່າ 22,000 ໂຕ ລົງສູ່ແຫຼ່ງນໍ້າຢູ່ແຂວງໄຊສົມບູນ ເນື່ອງໃນໂອກາດສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ ຄົບຮອບ 29 ປີ.
ກິດຈະກຳຂອງບໍລິສັດໃນວັນທີ 10 ກໍລະກົດ ໄດ້ຈັດຂຶ້ນເພື່ອສະຫຼອງເປັນເວລາສອງມື້ ແມ່ນປະກອບມີຕາງໜ້າຈາກບໍລິສັດ ພູເບ້ຍ ມາຍນິງ, ອໍານາດການປົກຄອງແຂວງໄຊສົມບູນ, ຊຸມຊົນທ້ອງຖິ່ນ ແລະ ບ້ານນໍ້າໂມ້, ບ້ານນ້ຳຍອນ ແລະ ຕາແສງໄຊຊະນະ. ໃນໄລຍະການຈັດພິທີປ່ອຍປານັ້ນ, ໄດ້ມີການປ່ອຍລູກປາຈຳນວນ 5,000 ໂຕ ລົງສູ່ອ່າງນ້ຳງື່ມ 2 ຢູ່ທ່າເຮືອນາຕູ້, ຊຶ່ງເປັນຈຸດເຊື່ອມຕໍ່ທ່າເຮືອທີ່ສໍາຄັນ ລະຫວ່າງ ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ–ຄຳ ພູຄຳ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ.
ພາຍໃນປີນີ້, ທາງບໍລິສັດໄດ້ມີການສະໜັບສະໜູນ ມອບລູກປາເປັນຈຳນວນຫຼາຍກວ່າ 17,000 ໂຕ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງ ອຳນາດການປົກຄອງແຂວງໄຊສົມບູນ (ເຊັ່ນ: ລູກປາຈຳນວນກວ່າ 10,000 ໂຕ ໃຫ້ແກ່ເມືອງອະນຸວົງ 5,000 ໂຕ ໃຫ້ແກ່ເມືອງລ້ອງແຈ້ງ ແລະ 2,000 ໂຕ ໃຫ້ແກ່ກອງບັນຊາການທະຫານແຂວງໄຊສົມບູນ) ເພື່ອເປັນການຮ່ວມສະເຫຼີມສະຫຼອງ ແລະ ນຳປາໄປປ່ອຍລົງສູ່ແຫຼ່ງນ້ຳຕ່າງໆ ອ້ອມຮອບແຂວງ. ນອກຈາກນັ້ນ, ຕາງໜ້າບໍລິສັດ ພູເບ້ຍ ມາຍນິງ ໄດ້ເຂົ້າຮ່ວມພິທີປ່ອຍປາໃນວັນທີ 13 ກໍລະກົດ ເພື່ອປ່ອຍລູກປາຫຼາຍກວ່າ 10,000 ໂຕລົງສູ່ນໍ້າຈັ້ງໃນເມືອງອະນຸວົງ.
ຕະຫຼອດໄລຍະການຈັດກິດຈະກໍາປ່ອຍປາດັ່ງກ່າວນີ້, ຄວາມມຸ້ງໝັ້ນຂອງ ພູເບ້ຍ ມາຍນິງ ແມ່ນການສ້າງຈິດສຳນຶກໃຫ້ສັງຄົມເຫັນຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມໃນໄລຍະຍາວ. ໃນຖານະເປັນບໍລິສັດບໍ່ແຮ່ລະດັບໂລກທີ່ດຳເນີນງານຢູ່ ສປປ ລາວ ແລະ ອາຊີຕາເວັນອອກສຽງໃຕ້, ການດຳເນີນງານ ແລະ ພະນັກງານຂອງບໍລິສັດມີພັນທະດຳເນີນວຽກງານໄປຄຽງຄູ່ກັບການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ໂດຍສະເພາະລະບົບນິເວດສັດນ້ຳ. ບໍລິສັດຍັງສືບຕໍ່ຈັດຕັ້ງປະຕິບັດແຜນງານຕິດຕາມກວດກາດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ເພື່ອຕິດຕາມສະພາບລະບົບນິເວດສັດນ້ຳ, ຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ຊະນິດພັນສັດນ້ຳທ້ອງຖິ່ນທົ່ວເຂດດຳເນີນງານຂອງຕົນ.
ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວເຖິງການສະໜັບສະໜູນຂອງບໍລິສັດຕໍ່ລັດຖະບານຂັ້ນສູນກາງ ແລະ ຂັ້ນແຂວງ ໃນການປົກປັກຮັກສາສັດນ້ຳ ແລະ ສັດປ່າ.
ທ່ານ ເດວິດກ່າວວ່າ: “ໃນທຸກຂັ້ນຕອນຂອງການດຳເນີນງານ ນັບແຕ່ການສຳຫຼວດ, ການພັດທະນາ ໄປຈົນເຖິງການຜະລິດ, ພວກເຮົາພະຍາຍາມຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດຂອງສັດນໍ້າພັນພື້ນບ້ານທີ່ອາໄສຢູ່ໃກ້ກັບໂຄງການ ພູຄຳ ແລະ ໂຄງການ ບ້ານຫ້ວຍຊາຍ.
“ພວກເຮົາເຮັດວຽກຮ່ວມກັບອໍານາດການປົກຄອງແຂວງໄຊສົມບູນ ເພື່ອຊ່ວຍເຜີຍແຜ່ຂໍ້ຄວາມກ່ຽວກັບການປົກປັກຮັກສາສັດນ້ຳ ແລະ ສັດປ່າ ໃຫ້ແກ່ຊຸມຊົນທ້ອງຖິ່ນໃນແຂວງໄຊສົມບູນ ພ້ອມທັງສະໜັບສະໜູນໂຄງການແຫ່ງຊາດ ຂອງລັດຖະບານ ປີ 2026 ທີ່ມີເປົ້າໝາຍປ່ອຍລູກປາໃຫ້ໄດ້ຫຼາຍກວ່າ 72 ລ້ານໂຕ ລົງສູ່ແມ່ນ້ຳລຳເຊ. ຂໍຂອບໃຈທີມງານພະແນກສິ່ງແວດລ້ອມ ແລະ ພະນັກງານທຸກຄົນ ທີ່ສືບຕໍ່ຈັດຕັ້ງປະຕິບັດຄຸນນະທໍາດ້ານການເບິ່ງແຍງຮັກສາສິ່ງແວດລ້ອມ ແລະ ສະໜັບສະໜູນ ໃນວຽກງານການອະນຸລັກ ທີ່ຊຸມຊົນເປັນເຈົ້າການ ເພື່ອຜົນປະໂຫຍດໄລຍະຍາວ ຂອງລະບົບນິເວດທ້ອງຖິ່ນໃນແຂວງໄຊສົມບູນ”.
Phu Bia Mining (PBM) and Xaisomboun Provincial authorities host celebrations to release more than 22,000 fish fingerlings to the river systems in Xaisomboun Province during the 29th anniversary of National Aquatic – Wildlife Conservation Day and Fish Releasing Day.
The celebration on 10th July to mark the two days included representatives from PBM, the Xaisomboun Provincial Government, local communities and the villages of Nam Mo, Nam Gnone and Taseng Saysana. During the ceremony, approximately 5,000 fish fingerlings were released to the Nam Ngum Reservoir 2 at Na Tou port, an important boat connection location between Phu Kham Copper-Gold Operation and Ban Houayxai Gold-Silver Operation.
This year, the Company supported over 17,000 fingerlings to the Xaisomboun Government’s related sectors (i.e. 10,000 x Anouvong District, 5,000 x Longcheng District, and 2,000 x Xaisomboun Provincial Military Command Unit) for their celebration and fish releasing into various water bodies around the province. In addition, PBM representatives attended a celebration on 13th July to release more than 10,000 fish fingerlings to the Nam Jung River in Anouvong District.
Throughout these activities, the focus of Phu Bia Mining’s commitment is to raise awareness on long-term environmental protection and sustainability. As a world-class mining company in Laos and South East Asia, the Company’s operations and employees are required to operate and minimise the impact on the environment, in particular the aquatic ecosystems. The Company continues to implement multiple robust environmental monitoring programs that track the aquatic ecology, local biodiversity and native aquatic species across its operating sites.
Mr David Reid, PBM Managing Director, spoke about Phu Bia Mining’s support to the National and Provincial Governments for aquatic animal and wildlife protection.
Mr Reid said: “Our operations, from exploration to development and production operations, endeavour to protect the natural environment and native aquatic species near Phu Kham and Ban Houayxai.
“We work with Xaisomboun Provincial authorities to help spread the message about aquatic and wildlife protection to local communities in Xaisomboun Province and support the 2026 National Government’s campaign to release approximately 72 million fingerlings into river systems.
Thank you to our Environment team and our workforce who continue to protect the environment and support community-led conservation efforts for the long-term benefit of Xaisomboun’s local ecosystems,” said Mr Reid.
- Tags: