ພາບລວມຂອງຫາງແຮ່
Phu Bia Mining operate two Tailings Storage Facilities (TSFs), Phu Kham TSF and Ban Houayxai TSF.
ອ່າງເກັບຫາງແຮ່ທັງສອງຂອງບໍລິສັດ ພູເບ້ຍ ມາຍນິງ ປະກອບດ້ວຍເຂື່ອນຫຼັກທີ່ຂັ້ນລະຫວ່າງຮ່ອມພູທີ່ຖົມດ້ວຍດິນ/ຫິນ, ເຂື່ອນກັ້ນນໍ້າ ແລະ ທາງລະບາຍນໍ້າລົ້ນ. ເຂື່ອນດັ່ງກ່າວແມ່ນເຂື່ອນທີ່ຖົມດ້ວຍດິນ/ຫິນ ຊຶ່ງລວມມີເຂດທີ່ສາມາດຊຶມຜ່ານໄດ້ຕໍ່າ, ເຂດຕອງກັນຊຶມພາຍໃນ ແລະ ເຂດທີ່ມີໂຄງສ້າງຫຍາບຢູ່ສາຍນໍ້າຕອນລຸ່ມ. ອ່າງເກັບຫາງແຮ່ຂອງບໍລິສັດ ພູເບ້ຍ ມາຍນິງ ຖືກສ້າງຂຶ້ນໂດຍນໍາໃຊ້ວິທີການກໍ່ສ້າງຢູ່ສາຍນໍ້າຕອນລຸ່ມ ຊຶ່ງໂດຍທົ່ວໄປເປັນທີ່ຍອມຮັບໂດຍອຸດສາຫະກໍາບໍ່ແຮ່ ຊຶ່ງເປັນຮູບແບບການກໍ່ສ້າງເຂື່ອນຫາງແຮ່ທີ່ປອດໄພທີ່ສຸດ ເມື່ອສົມທຽບໃສ່ການກໍ່ສ້າງແລວກາງ ແລະ ສາຍນໍ້າຕອນເທິງ. ການກໍ່ສ້າງມີສາມວິທີ ແມ່ນສະແດງໄວ້ລຸ່ມນີ້:



ອ່າງເກັບຫາງແຮ່ທັງຢູ່ໂຄງການ ພູຄໍາ ແລະ ໂຄງການ ບ້ານຫ້ວຍຊາຍ ມີໂຄງສ້າງທາງລະບາຍນໍ້າລົ້ນຕາມແບບວິສາວະກໍາ ຊຶ່ງຖືກອອກແບບມາເພື່ອລະບາຍນໍ້າລົ້ນຢ່າງປອດໄພ ໃນກໍລະນີມີໄພນໍ້າຖ້ວມສູງສຸດ (Probably Maximum Flood (PMF)) ຊຶ່ງທຽບເທົ່າກັບເຫດການນໍ້າຖ້ວມທີ່ເກີດຊໍ້າໃນປີ 1:10,000. ການບໍາບັດ ແລະ ການຕິດຕາມກວດກາດ້ານສິ່ງແວດລ້ອມທີ່ເໝາະສົມ ຖືກວາງອອກເພື່ອສະແດງໃຫ້ເຫັນນໍ້າທີ່ປ່ອຍອອກ ແມ່ນປະຕິບັດໄດ້ຕາມລະບຽບຕ່າງໆຂອງອຸດສາຫະກໍາ.
ອ່າງເກັບຫາງແຮ່ດັ່ງກ່າວ ຖືກອອກແບບ, ກໍ່ສ້າງ ແລະ ດໍາເນີນງານຕາມມາດຕະຖານສາກົນຂອງຄະນະກໍາມະການເຂື່ອນໃຫຍ່ສາກົນ (ICOLD) ແລະ ຄະນະກໍາມະການແຫ່ງຊາດອົດສະຕຣາລີ ວ່າດ້ວຍບໍລິສັດເຂື່ອນໃຫຍ່ (ANCOLD).
ຄຸນລັກສະນະສໍາຄັນຂອງອ່າງເກັບຫາງແຮ່ແມ່ນຢູ່ລ້າງລຸ່ມ
| ຄຸນລັກສະນະ | ອ່າງຫາງແຮ່ພູຄໍາ | ອ່າງຫາງແຮ່ບ້ານຫ້ວຍຊາຍ |
|---|---|---|
| ສະຖານະ | ໃຊ້ງານ | ໃຊ້ງານ |
| ປີດໍາເນີນງານ | 18 (2008) | 14 (2012) |
| ຄວາມສູງ: ປະຈຸບັນ/ສຸດທ້າຍ | Main Embankment: 190m/190m | |
| ເຂື່ອນທິດຕາເວັນຕົກ: 20ມ/20ມ | Main Embankment: 114m/121.3m | |
| Spillway Saddle Dam: 32m/32m | Saddle Dam: 62m/69.3m | |
| Eastern Saddle Dam: 16m/16m | ||
| ການບັນຈຸສູງສຸດ | 273.8 Mt | 100.6 Mt |
| ອັດຕາການຜະລິດຫາງແຮ່ | 10 ລ້ານໂຕນ | 4.7 Mtpa |
ວິທີການຂອງບໍລິສັດ ພູເບ້ຍ ມາຍນິງ
ບໍລິສັດ ພູເບ້ຍ ມາຍນິງ ມຸ້ງໝັ້ນໃນການຄຸ້ມຄອງຫາງແຮ່ຢ່າງມີຄວາມຮັບຜິດຊອບທາງສັງຄົມ ແລະ ສິ່ງແວດລ້ອມ ເພື່ອຫຼຸດຜ່ອນຜົນກະທົບດ້ານສຸຂະພາບ ແລະ ຄວາມປອດໄພຕໍ່ຄົນ ແລະ ສິ່ງແວດລ້ອມ.
ລະບົບການຄຸ້ມຄອງຫາງແຮ່ຮອບດ້ານ ຖືກວາງອອກ ຊຶ່ງລວມມີມາດຕະຖານຄຸ້ມຄອງຫາງແຮ່ຂອງແພນອອສ໌, ກົດບັດຂອງກໍາມະການທົບທວນຫາງແຮ່ ແລະ ຄູ່ມືດໍາເນີນງານ, ບໍາລຸງຮັກສາ ແລະ ຄວບຄຸມດູແລຂອງບໍລິສັດ ພູເບ້ຍ ມາຍນິງ. ມາດຕະຖານການຄຸ້ມຄອງ ກໍານົດຊັດເຈນກ່ຽວກັບຄວາມຮັບຜິດຊອບໃນການປະຕິບັດ ແລະ ຄວາມຮັບຜິດຊອບໃນຜົນການປະຕິບັດ, ຫຼັກການ ແລະ ມາດຕະຖານຕ່າງໆ ແລະ ຊຸກຍູ້ການປັບປຸງອັນຕໍ່ເນື່ອງ ເພາະເຫັນໄດ້ຄວາມກ້າວໜ້າເທື່ອລະກ້າວ ເພື່ອເພີ້ມທະວີການປະຕິບັດວຽກງານດ້ານສິ່ງແວດລ້ອມ ແລະ ຄວາມປອດໄພໃນໄລຍະຍາວ. ມາດຕະຖານຄຸ້ມຄອງຫາງແຮ່ຂອງແພນອອສ໌ ແມ່ນອີງໃສ່ຄໍາແນະນໍາຕ່າງໆຂອງສາກົນເຊັ່ນ: MAC, CDA, ICOLD, ANCOLD and GISTM.
PanAust has appointed roles that align with the Global Industry Standard on Tailings Management (GISTM). The PBM Managing Director is the appointed Accountable Executive and is accountable for the safety of the tailings facilities. The appointed Responsible Tailings Facility Engineer (RTFE) is the Tailings and Geotechnical Manager. The RTFE is accountable for the integrity of the tailings facilities and is familiar with the design basis, design report and the construction and performance of the tailings facility.
A Tailings Review Working Group (TRWG) is utilised at PanAust to co-ordinate Governance and Management of the TSFs to ensure that strategy and decision making can be practically implemented. The TRWG objectives include informing the Executive Chairman about material risks, overseeing actions related to material risks and providing the necessary support and resources, and agreeing strategic decisions pertaining to the TSF. The TRWG is an internal function and the members include the PanAust General Manager – Project Studies, PanAust Group Manager Risk and Sustainability, PBM Managing Director, PBM General Manager of Growth and Development, PBM General Manager of Operations, PBM Tailings and Geotechnical Manager and PBM Risk Manager.
ວິສະວະກອນຮັບຜິດຊອບໄລຍະອອກແບບ ແລະ ກໍ່ສ້າງ (EoR) ຖືກແຕ່ງຕັ້ງຈາກບໍລິສັດວິສະວະກໍາທີ່ມີຊື່ສຽງ. EoR ກວດສອບວຽກງານອອກແບບ ແລະ ກໍ່ສ້າງອ່າງເກັບຫາງແຮ່ ແລະ ຮັບຜິດຊອບການຕິດຕາມກວດກາດ້ານວິສະວະກໍາ ແລະ ບົດລາຍງານກ່ຽວຂ້ອງ. EoR ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງແກ່ທີມງານຫາງແຮ່ຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ຕິດຕໍ່ພົວພັນເປັນປະຈໍາກັບວິສະວະກອນຂອງບໍລິສັດ ພູເບ້ຍ ມາຍນິງ, ລວມທັງປະຊຸມປະຈໍາອາທິດ. EoR ດໍາເນີນການຕິດຕາມກວດກາສາມຄັ້ງໃນແຕ່ລະປີ, ລວມມີການທົບທວນຄວາມປອດໄພຂອງເຂື່ອນປະຈໍາປີ (ADSR). ນອກຈາກນັ້ນກໍ່ໄດ້ດໍາເນີນການທົບທວນຈາກໜ່ວຍງານເອກະລາດປະຈໍາປີ ໂດຍຄະນະທົບທວນຫາງແຮ່ເອກະລາດ (TIRP), ຊຶ່ງຊ່ຽວຊານໃນສາຂາການຄຸ້ມຄອງຫາງແຮ່, ແລະ ການທົບທວນຄວາມປອດໄພຂອງເຂື່ອນຮອບດ້ານໂດຍພາກສ່ວນທີ່ສາມ ແມ່ນເຮັດສໍາເລັດໂດຍບໍລິສັດວິສະວະກໍາທີ່ມີຊື່ສຽງທຸກໆສາມ ຫາ ຫ້າປີ.
ເພື່ອສອດຄ່ອງກັບຂໍ້ກໍານົດຕ່າງໆຢ່າງເປີດເຜີຍຂອງ GISTM, ບໍລິສັດ ແພນອອສ໌ ອອກບົດລາຍງານຢ່າງເປີດເຜີຍ ຊຶ່ງປະຕິບັດໄດ້ຕາມຂໍ້ກໍານົດ 15.1 B ຂອງ GISTM ສໍາລັບອ່າງເກັບຫາງແຮ່ຂອງບໍລິສັດ ພູເບ້ຍ ມາຍນິງ. ບົດລາຍງານເປີດເຜີຍລ່າສຸດ ສາມາດດາວໂຫຼດໄດ້ຈາກລິ້ງດັ່ງຕໍ່ໄປນີ້:
GISTM Disclosure Report – PKM – 2026
GISTM Disclosure Report – BHX – 2026