Phu Bia Mining (PBM) celebrated the National Tree Planting Day and World Environment Day

ບໍລິສັດ ພູເບ້ຍ ມາຍນິງ ຮ່ວມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 

ໃນລະຫວ່າງວັນທີ 4 – 6 ມິຖຸນາ 2026 ຜ່ານມາພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ຊຸມຊົນທ້ອງຖິ່ນ ໄດ້ຮ່ວມກັນສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ (ມິຖຸນາ) ແລະ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ (ມິຖຸນາ). ຫົວຂໍ້ຂອງອົງການສະຫະປະຊາຊາດສຳລັບວັນສິ່ງແວດລ້ອມໂລກ ປີ 2026 ຄື ໄດ້ຮັບແຮງບັນດານໃຈຈາກທຳມະຊາດ ເພື່ອດິນຟ້າອາກາດ ເພື່ອອະນາຄົດຂອງພວກເຮົາ. 

ກິດຈະກຳສະຫຼອງໄດ້ຈັດຂຶ້ນຢູ່ຊຸມຊົນຕ່າງໆທີ່ຕັ້ງຢູ່ໃກ້ກັບໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄຳ ພູຄຳ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ ໃນແຂວງໄຊສົມບູນ. ພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງຊຸມຊົນທ້ອງຖິ່ນ ແລະ ນັກຮຽນ ໄດ້ຮ່ວມກິດຈະກຳປູກຕົ້ນໄມ້ຢູ່ໂຮງຮຽນໃນທ້ອງຖິ່ນດັ່ງກ່າວ. 

ນອກຈາກນັ້ນ ຍັງໄດ້ແຍກຈັດກິດຈະກຳຕ່າງຫາກຢູ່ເຂດພາກສະໜາມບ້ານຫ້ວຍຊາຍ ແລະ ພູຄຳ ໂດຍມີພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ພະນັກງານບໍລິສັດຮັບເໝົາເຂົ້າຮ່ວມ. ທີມງານພະແນກສິ່ງແວດລ້ອມ ແລະ ຜູ້ຕາງໜ້າຈາກພະແນກຕ່າງໆຂອງບໍລິສັດ ໄດ້ຮ່ວມກັນເກັບຂີ້ເຫຍື້ອປູກຕົ້ນໄມ້ໃນເຂດຟື້ນຟູຂອງບໍລິສັດ ພູເບ້ຍ ມາຍນິງຈັດການແຂ່ງຂັນນະວັດຕະກຳການນຳວັດຖຸກັບຄືນມາໃຊ້ໃໝ່ ແລະ ສະທ້ອນເຖິງຄວາມມຸ້ງໝັ້ນຂອງພວກເຂົາໃນການເບິ່ງແຍງຮັກສາສິ່ງແວດລ້ອມ. 

ຜູ້ຕາງໜ້າຈາກພະແນກສິ່ງແວດລ້ອມຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວໃນກິດຈະກຳຢູ່ພູຄຳ ໂດຍສຸມໃສ່ຄວາມມຸ້ງໝັ້ນຂອງແພນອອສ໌ ແລະ ກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ (GDRH) ໃນການປົກປັກຮັກສາສິ່ງແວດລ້ອມບ່ອນທີ່ບໍລິສັດເຂົ້າໄປດຳເນີນງານຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍປະຕິບັດຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາດ້ານສິ່ງແວດລ້ອມຂອງໂຄງການ ລວມທັງໂຄງການຟື້ນຟູພື້ນທີ່ຢ່າງຕໍ່ເນື່ອງໃນເຂດດໍາເນີນງານຂອງບໍລິສັດ. 

ນັບແຕ່ເລີ່ມໂຄງການພູຄຳ ແລະ ໂຄງການບ້ານຫ້ວຍຊາຍເປັນຕົ້ນມາບໍລິສັດ ພູເບ້ຍ ມາຍນິງ ໄດ້ດຳເນີນການຟື້ນຟູທີ່ດິນເທື່ອລະກ້າວຕາມລໍາດັບ ໃນລະຫວ່າງດຳເນີນງານ ແລະ ຕະຫຼອດອາຍຸໂຄງການ ເພື່ອຮັບປະກັນວ່າໄດ້ປະຕິບັດຕາມພັນທະດ້ານສິ່ງແວດລ້ອມທັງໃນລະດັບຊາດ ແລະ ສາກົນ. ຮອດທ້າຍປີ 2025, ໂຄງການພູຄຳ ແລະ ບ້ານຫ້ວຍຊາຍ ໄດ້ດຳເນີນການຟື້ນຟູສຳເລັດແລ້ວປະມານ 372 ເຮັກຕາ. 

ການຄຸ້ມຄອງດ້ານສິ່ງແວດລ້ອມເປັນຫົວໃຈສຳຄັນຂອງວິທີການດຳເນີນທຸລະກິດຂອງ ພູເບ້ຍ ມາຍນິງ ຢູ່ລາວ. ນັບຕັ້ງແຕ່ການສຳຫຼວດໄປຈົນເຖິງການພັດທະນາ ແລະ ຕະຫຼອດໄລຍະການຜະລິດບໍລິສັດພະຍາຍາມຢ່າງຕໍ່ເນື່ອງໃນການຫຼຸດຜ່ອນຜົນກະທົບຈາກການດຳເນີນງານຕໍ່ສິ່ງແວດລ້ອມທາງທຳມະຊາດຂອງລາວ. 

 

During 4 – 6 June 2026, Phu Bia Mining (PBM) employees and local communities participated in celebration on the  the National Tree Planting Day (on 1 June) and World Environment Day and National Environment Day (on 5 June). ‘Inspired by Nature. For Climate. For Our Future.” is the United Nations World Environment Day theme 2026. 

The celebrations were held at the local communities close to Phu Kham Copper-Gold and Ban Houayxai Gold-Silver Operations in Xaisomboun Province. The PBM employees, local communities, and students participated in the tree planting activities at the local schools. .  

A separate event was also held at the Ban Houayxai and Phu Kham mine sites with onsite PBM and contractor employees. The Environment team, representatives from site departments also collected rubbish, planted trees at the  PBM’s rehabilitation area, recycling invention competition and reflected on their commitment to environmental care. 

A representative from PBM Environment Department has delivered speeches at the Phu Kham event focusing on the commitment of PanAust and Guangdong Rising Hold Group (GDRH)’s values to protecting the environment in which we operate, minimizing the impact to environment by implemented in accordance with the site environmental management and monitoring plan including the progressive rehabilitation program at the operation sites. 

Since commencing Phu Kham and Ban Houayxai Operations, Phu Bia Mining implemented the progressive rehabilitation of the land during operations and throughout the life of mine to ensure that national and international environmental obligations are met. At the end of 2025, Phu Kham and Ban Houayxai Operations have completed the progressive rehabilitated about 372 ha. 

Environmental management is at the heart of how Phu Bia Mining operates business in Laos. From exploration to development and throughout production, the Company endeavours to limit the impacts of Laos’ Operations to the natural environment. 

  • Tags:

Categories

View all stories
zh_CN