Phu Bia Mining contributes US$14.1 million to the Xaisomboun Provincial Government

ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ມີຄວາມຍິນດີທີ່ໄດ້ປະກາດໃຫ້ຊາບກ່ຽວກັບການມອບພັນທະໃຫ້ອໍານາດການປົກຄອງແຂວງໄຊສົມບູນ ຫຼາຍກວ່າ 14 ລ້ານໂດລາສະຫະລັດ ໃນພິທີມອບ-ຮັບ ຊຶ່ງຈັດຂຶ້ນຢູ່ທີ່ຫ້ອງວ່າການແຂວງໄຊສົມບູນ ໃນວັນທີ 7 ມັງກອນ 2026. ການມອບພັນທະໃນຄັ້ງນີ້ປະກອບມີເງິນອາກອນກໍາໄລລ່ວງໜ້າສໍາລັບ 6 ເດືອນທ້າຍຂອງປີ 2025 ຈໍານວນ 7 ລ້ານໂດລາສະຫະລັດ ແລະ ຄ່າຊັບພະຍາກອນແຮ່ທາດໄຕມາດສຸດທ້າຍປະຈໍາປີ 2025 ຈໍານວນ 7.1 ລ້ານໂດລາສະຫະລັດ. 

ນີ້ແມ່ນໜຶ່ງໃນຫຼາຍການເງິນອາກອນຕ່າງໆທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບໃຫ້ອໍານາດການປົກຄອງແຂວງໄຊສົມບູນ ຕາມກໍານົດ ແລະ ເປັນປະຈຳ ຈາກການດໍາເນີນງານຂອງພວກເຮົາໃນແຕ່ລະປີ. ກ່ອນໜ້ານີ້ໃນປີທີ່ຜ່ານມາໃນເດືອນກໍລະກົດບໍລິສັດໄດ້ມອບເງິນອາກອນກຳໄລລ່ວງໜ້າ 6 ເດືອນຕົ້ນປີ 2025 ຈຳນວນ 6 ລ້ານໂດລາສະຫະລັດ. ນອກຈາກນີ້ຫຼັງຈາກສໍາເລັດການກວດສອບບັນຊີຢ່າງສົມບູນ ສຳລັບອາກອນກຳໄລປີ 2025 ແລ້ວຈະມີການມອບເງິນອາກອນອີກໃຫ້ອໍານາດການປົກຄອງແຂວງໄຊສົມບູນ ໃນທ້າຍເດືອນມີນາ 2026 ເມື່ອສໍາເລັດການກວດສອບບັນຊີປະຈຳປີ. ການມອບຄ່າຊັບພະຍາກອນແຮ່ທາດໃຫ້ແກ່ລັດຖະບານ ຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ ໃນປີ 2025 ແມ່ນຫຼາຍກວ່າ 35 ລ້ານໂດລາສະຫະລັດ. 

ທ່ານ ປອ ທອງພະເສີດ ໄຊຍະລາດຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນກ່າວວ່າ ລາຍຮັບຈາກບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ໃຫ້ແຂວງໄຊສົມບູນ ແມ່ນຫຼາຍກວ່າ 80 ສ່ວນຮ້ອຍ ຂອງລາຍຮັບທັງໝົດປະຈຳປີຂອງແຂວງເຊິ່ງມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊສົມບູນ. 

ທ່ານ ຈັນເພັງ ບຸນນະຜົນທີ່ປຶກສາອາວຸໂສ ຂອງບໍລິສັດ ພູເບ້ຍ ມາຍນິງໃຫ້ຮູ້ວ່າ ຜົນການດໍາເນີນງານທີ່ເຂັ້ມແຂງຂອງບໍລິສັດໃນປີ 2025 ສະແດງໃຫ້ເຫັນເຖິງຄວາມສໍາພັນທີ່ເລິກເຊິງ ແລະ ເຂັ້ມແຂງທ່ານກ່າວວ່າ ຄວາມສຳເລັດຂອງບໍລິສັດ ພູເບ້ຍ ມາຍນິງ ຖືກສ້າງຂຶ້ນຈາກສາຍພົວພັນທີ່ເຂັ້ມແຂງຂອງບໍລິສັດ ກັບ ອໍານາດການປົກຄອງແຂວງໄຊສົມບູນຊຸມຊົນເຈົ້າພາບພະນັກງານຜູ້ສະໜອງບໍລິສັດໃນຂະແໜງດຽວກັນ ແລະ ຄູ່ຮ່ວມງານ. 

ທ່ານ ນາງ ມະນີລັດ ອະຣຸນລັງສີຜູ້ຈັດການຂັ້ນສູງຝ່າຍປະສານງານພາຍນອກຂອງບໍລິສັດ ພູເບ້ຍ ມາຍນິງໄດ້ໃຫ້ຮູ້ຕື່ມອີກວ່າ ຄວາມໜ້າເຊື່ອຖືຄວາມໂປ່ງໃສ ແລະ ການສື່ສານຢ່າງສະໝໍ່າສະເໝີ ແມ່ນເປັນພື້ນຖານຂອງສາຍພົວພັນເຫຼົ່ານັ້ນ ແລະ ຈະຍັງຄົງເປັນໃຈກາງຂອງແນວທາງການປະຕິບັດຂອງບໍລິສັດ. ທ່ານໄດ້ອະທິບາຍວ່າ: ສາຍພົວພັນທີ່ສຳຄັນຫຼາຍລະຫວ່າງອໍານາດການປົກຄອງແຂວງໄຊສົມບູນ ແລະ ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ນີ້ ຖືກສ້າງຂຶ້ນຈາກຄວາມໜ້າເຊື່ອຖື ແລະ ການສື່ສານທີ່ເປີດເຜີຍສະໝໍ່າສະເໝີ. ນີ້ແມ່ນສິ່ງທີ່ຂັບເຄື່ອນໃຫ້ບໍລິສັດ ພູເບ້ຍ ມາຍນິງ ປະສົບຄວາມສຳເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວ ແລະ ຈະສືບຕໍ່ເປັນທິດທາງຈຸດສຸມຂອງພວກເຮົາຕະຫຼອດປີ 2026. 

 

Phu Bia Mining (PBM) is pleased to announce a payment to Provincial Government of more than US$14 million at an event held at Xaisomboun Government Offices on 7 January 2026. The payment is comprised of US$7m in advance profit tax for the last 6 months of 2025 as well as US$7.1 million in royalties for December 2025.  

This is just one of the many payments PBM makes to Xaisomboun Provincial Government at regular agreed intervals during each year of our operations.  Earlier last year, in July, the first six months advance profit tax of US$6m. Also, after the comprehensive audit is complete for the 2025 profit tax, another significant payment will be remitted to the Xaisomboun Provincial Government at the end of March 2026 once the annual audit is complete. The royalty payment to the government at the year to date is more than US$35 million for 2025. 

Dr Thongpaseuth Sayyalath, Vice President of Provincial Administration Office, said the revenue from Phu Bia Mining to XSB is more than 80 per cent of the province’s total annual revenue, which is vital for social-economic development to XSB. 

Mr Chanpheng Bounnaphol, Principal Government Advisor, said the Company’s strong performance in 2025 reflected the depth and resilience of its relationships across the business, stating “PBM’s success is built on the strength of its relationships with the Xaisomboun Provincial Government, our host communities, employees, suppliers, peers and partners.” 

Manilath Arounlangsy, Senior Manager External Affairs, Phu Bia Mining, noted that trust, transparency and consistent communication underpinned those relationships and would remain central to the company’s approach. Explaining: “This critically important relationship between Xaisomboun Provincial Government and Phu Bia Mining is founded on trust and open, consistent communication. This is what drives PBM’s success and growth and will continue to guide our focus through 2026.” 

  • Tags:

Categories

View all stories
lo