ຮູ້ຈັກພວກເຮົາ
Welcome to Phu Bia Mining Limited (PBM), a multi-award-winning mining company that is the bedrock of Laos’ thriving base and precious metals sector.
Our commitment to operational excellence and sustainable growth is matched only by our dedication to our people, the development of our host communities and our commitment to social responsibility.
Phu Bia Mining limited is a 90% owned subsidiary of Australian company, PanAust Limited (which is in turn a subsidiary of the Chinese state-owned Guangdong Rising Holding Group).
ຄວາມມຸ້ງໝັ້ນຂອງພວກເຮົາຕໍ່ຄວາມເປັນເລີດ
ການລົງທຶນໃນການດໍາເນີນງານຂອງພວກເຮົາສະແດງໃຫ້ເຫັນເຖິງຈຸດມຸ້ງໝາຍ ແລະ ຄວາມສັດທາທີ່ຄູ່ຮ່ວມງານ ລວມທັງລັດຖະບານແຫ່ງ ສປປ ລາວ ມີໃນຕົວເຮົາ. ຄວາມສໍາເລັດຂອງເຮົາແມ່ນເປັນສິ່ງພິສູດຊັດເຈນເຖິງຄວາມສໍາຄັນຂອງການສະໜັບສະໜູນຈາກລັດຖະບານຢ່າງຕໍ່ເນື່ອງ, ຊຶ່ງໄດ້ເປັນເຄື່ອງມືໃນການບັນລຸເປົ້າໝາຍຂອງເຮົາ. ທຸກໆຢ່າງທີ່ພວກເຮົາປະຕິບັດແມ່ນມີຄວາມປອດໄພຢູ່ສະເໝີ. ພວກເຮົາພູມໃຈກັບສະຖິຕິດ້ານຄວາມປອດໄພ. ຈໍານວນອຸປະຕິເຫດຢູ່ໂຄງການຂອງເຮົາໃນລາວແມ່ນຕໍ່າກວ່າຄ່າສະເລ່ຍຂອງໂລກຫຼາຍ.
ການພັດທະນາຊຸມຊົນ ແລະ ສັງຄົມ
ພວກເຮົາເຊື່ອໃນການໃຫ້ບັນດາຊຸມຊົນທີ່ເປັນເຈົ້າພາບພວກເຮົາ. ໂຄງການປັບປຸງຊີວິດການເປັນຢູ່ແບບຍືນຍົງ ແລະ ໂຄງການທຶນພັດທະນາຊຸມຊົນຂອງເຮົາຖືກກໍານົດມາເພື່ອໃຫ້ຜົນປະໂຫຍດຕ່າງໆ ແລະ ປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວ. ພວກເຮົາເອົາໃຈໃສ່ຊຸມຊົນ - ນັບແຕ່ພື້ນຖານໂຄງລ່າງໄປຈົນເຖິງການສຶກສາ, ພວກເຮົາລົງທຶນໃນແຜນງານຕ່າງໆທີ່ສ້າງຄວາມແຕກຕ່າງ.
ການປະກອບສ່ວນທາງດ້ານເສດຖະກິດ
ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນທາງດ້ານເສດຖະກິດຢ່າງຫຼວງຫຼາຍໃຫ້ປະເທດລາວ ຊຶ່ງລວມມີການມອບພັນທະຕ່າງໆໂດຍກົງ ນັບແຕ່ເລີ້ມດໍາເນີນງານ, ຈໍານວນຫຼາຍກວ່າ 1 ຕື້ໂດລາສະຫະລັດ. ໂຄງການຂອງພວກເຮົາບໍ່ພຽງແຕ່ສ້າງລາຍຮັບຢ່າງຫຼວງຫຼາຍເທົ່ານັ້ນ ແຕ່ໂຄງການຍັງສ້າງວຽກເຮັດງານທໍາ, ສົ່ງເສີມເສດຖະກິດທ້ອງຖິ່ນໃນເຂດທີ່ພວກເຮົາເຂົ້າໄປດໍາເນີນງານ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ການຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ
ພະນັກງານຂອງພວກເຮົາແມ່ນຊັບສິນທີ່ດີທີ່ສຸດ, ແລະ ພວກເຮົາມຸ້ງໝັ້ນຕໍ່ການເຕີບໂຕ ແລະ ການພັດທະນາຂອງພວກເຂົາ. ພວກເຮົາໄດ້ບັນລຸຜົນສໍາເລັດອັນພົ້ນເດັ່ນໃນການຝຶກອົບຮົມຊັບພະຍາກອນມະນຸດ, ພັດທະນາຜູ້ນໍາທີ່ມີທັກສະຄວາມສາມາດ ທີ່ພ້ອມພົບຄວາມທ້າທາຍຕ່າງໆໃນຕໍ່ໜ້າ.
ວິໄສທັດຂອງພວກເຮົາສໍາລັບອະນາຄົດ
ໃນຂະນະທີ່ພວກເຮົາສຸມການປະຕິບັດທີ່ວາງຄົນເປັນທີ່ຕັ້ງໃສ່ອະນາຄົດ, ພວກເຮົາເຫັນເສັ້ນທາງທີ່ປູດ້ວຍໂອກາດຫຼາຍຢ່າງສໍາລັບການເຕີບໂຕໃນຕໍ່ໜ້າ. ດ້ວຍການໝູນໃຊ້ເຕັກໂນໂລຊີໃຫ້ເປັນປະໂຫຍດເພື່ອຂັບເຄື່ອນນະວັດຕະກໍາໃໝ່, ການມີສ່ວນຮ່ວມທີ່ດີຂອງຊຸມຊົນ ແລະ ການລົງທຶນໄລຍະຍາວໃນສິ່ງແວດລ້ອມ, ພວກເຮົາບໍ່ພຽງແຕ່ຂຸດຄົ້ນແຮ່ທາດ - ພວກເຮົາຍັງຂຸດຄົ້ນອະນາຄົດທີ່ສົດໃສໃຫ້ປະເທດລາວ ແລະ ເຂດພາກພື້ນ.

ຢູ່ບໍລິສັດ ພູເບ້ຍ ມາຍນິງ, ພວກເຮົາມຸ້ງໝັ້ນໃນການກໍານົດອະນາຄົດຂອງການຂຸດຄົ້ນດ້ວຍການສຸມໃສ່ຄວາມເອົາໃຈໃສ່, ຄວາມຊື່ສັດ, ການນໍາພາ ແລະ ການປະຕິບັດວຽກງານ ແລະ ຄວາມມຸ້ງໝັ້ນອັນຕໍ່ເນື່ອງຕໍ່ຄວາມເປັນເລີດຜ່ານນະວັດຕະກໍາໃໝ່.