...

Phu Bia Mining contributes US$14.1 million to the Xaisomboun Provincial Government

ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ມີຄວາມຍິນດີທີ່ໄດ້ປະກາດໃຫ້ຊາບກ່ຽວກັບການມອບພັນທະໃຫ້ອໍານາດການປົກຄອງແຂວງໄຊສົມບູນ ຫຼາຍກວ່າ 14 ລ້ານໂດລາສະຫະລັດ ໃນພິທີມອບ-ຮັບ ຊຶ່ງຈັດຂຶ້ນຢູ່ທີ່ຫ້ອງວ່າການແຂວງໄຊສົມບູນ ໃນວັນທີ 7 ມັງກອນ 2026. ການມອບພັນທະໃນຄັ້ງນີ້ປະກອບມີເງິນອາກອນກໍາໄລລ່ວງໜ້າສໍາລັບ 6 ເດືອນທ້າຍຂອງປີ 2025 ຈໍານວນ 7 ລ້ານໂດລາສະຫະລັດ ແລະ ຄ່າຊັບພະຍາກອນແຮ່ທາດໄຕມາດສຸດທ້າຍປະຈໍາປີ 2025 ຈໍານວນ 7.1 ລ້ານໂດລາສະຫະລັດ.  ນີ້ແມ່ນໜຶ່ງໃນຫຼາຍການເງິນອາກອນຕ່າງໆທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບໃຫ້ອໍານາດການປົກຄອງແຂວງໄຊສົມບູນ ຕາມກໍານົດ ແລະ ເປັນປະຈຳ ຈາກການດໍາເນີນງານຂອງພວກເຮົາໃນແຕ່ລະປີ. ກ່ອນໜ້ານີ້ໃນປີທີ່ຜ່ານມາ, ໃນເດືອນກໍລະກົດ, ບໍລິສັດໄດ້ມອບເງິນອາກອນກຳໄລລ່ວງໜ້າ 6 ເດືອນຕົ້ນປີ 2025 ຈຳນວນ 6 ລ້ານໂດລາສະຫະລັດ. ນອກຈາກນີ້, ຫຼັງຈາກສໍາເລັດການກວດສອບບັນຊີຢ່າງສົມບູນ ສຳລັບອາກອນກຳໄລປີ 2025 ແລ້ວ, ຈະມີການມອບເງິນອາກອນອີກໃຫ້ອໍານາດການປົກຄອງແຂວງໄຊສົມບູນ ໃນທ້າຍເດືອນມີນາ 2026 ເມື່ອສໍາເລັດການກວດສອບບັນຊີປະຈຳປີ. ການມອບຄ່າຊັບພະຍາກອນແຮ່ທາດໃຫ້ແກ່ລັດຖະບານ ຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ ໃນປີ 2025 ແມ່ນຫຼາຍກວ່າ 35...
Continue
27 Jan 2025

Chinese New Year Greeting from Chairman Lv Yongzhong

ປີໃໝ່ກໍາລັງເລີ້ມຕົ້ນ, ລະດູໃບໄມ້ປົ່ງທີ່ສົດໃສສະທ້ອນໃຫ້ເຫັນຄວາມຫວັງໃຫມ່. ໃນໂອກາດປີໃຫມ່ຈີນທີ່ມີບັນຍາກາດຢ່າງເບີກບານມ່ວນຊື່ນນີ້, ໃນນາມຄະນະບໍລິຫານງານສູນກາງພັກຄອມມູນິດຈີນຂອງກຸ່ມບໍລິສັດກວ່າງດົງ ຣາຍຊີ້ງ ໂຮນດີ້ງ ກຣຸບ ຂ້າພະເຈົ້າຂໍອວຍພອນມາຍັງພະນັກງານທັງພາຍໃນ ແລະ ຕ່າງປະເທດສະບາຍດີປີໃຫມ່. ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນພິເສດຕໍ່ພະນັກງານທີ່ສືບຕໍ່ເຮັດວຽກໃນຊ່ວງໄລຍະປີໃຫມ່ຈີນ! ຂໍອວຍພອນຢ່າງຈິງໃຈມາຍັງບັນດາສະຫາຍທີ່ໄດ້ບຳນານແລ້ວ, ບັນດາພະນັກງານທັງພາຍໃນ ແລະ ຕ່າງປະເທດພ້ອມດ້ວຍຄອບຄົວຂອງຈົ່ງມີຄວາມສຸກ. ນອກຈາກນີ້ແລ້ວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະບໍລິຫານງານທຸກລະດັບ, ຄູ່ຮ່ວມມື, ແລະ ເພື່ອນມິດຈາກທຸກພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ກຸ່ມບໍລິສັດກວ່າງດົງ ຣາຍຊີ້ງໂຮນດີ້ງກຣຸບໃນປີນີ້ ປີ 2024 ໄດ້ຜ່ານພົ້ນໄປ, ສາທາລະນະລັດ ປະຊາຊົນຈີນໄດ້ຮັບການສ້າງຕັ້ງຂຶ້ນຄົບຮອບ 75 ປີ, ປີ2024ເປັນປີທີ່ສຳຄັນໃນການປະຕິຮູບ ແລະ...
Continue

Central and provincial Governments of Laos receive Company update

On 17 October, PanAust’s Lao-registered company, Phu Bia Mining (PBM), hosted a meeting with the central and provincial Governments of Laos in Vientiane focused on matters of common interest. The...
Continue
1 2 3 4 5 21

Categories

en_AU